Chansouk Dental Clinic

ກວດສຸຂະພາບຜົ້ງປາກ ແລະ ໃຫ້ຄຳປຶກສາຟຣີ

ຍິນດີຕອນຮັບ

ເພື່ອຮອຍຍິ້ມທີ່ສົດໃສ,ເພາະຮອຍຍິ້ມຂອງທ່ານຄືຄວາມສຸກຂອງເຮົາ

ແຂ້ວບໍ່ພຽງແຕ່ໃຊ້ບົດຫຍ້ຳເທົ່ານັ້ນ, ແຕ່ຍັງຊ່ວຍໃນການອອກສຽງໃຫ້ຊັດເຈນ, ຊ່ວຍຮັກສາໂຄງສ້າງຂອງໃບໜ້າໃຫ້ມີຄວາມກ້ວາງ ແລະ ຄວາມຍາວທີ່ພໍດີເໝາະສົມ ແລະ ແຂ້ວຍັງເປັນສ່ວນປະກອບໜຶ່ງທີ່ເຮັດໃຫ້ມີບຸກຄະລິກກະພາບທີ່ດີ ເພາະສະນັ້ນ ຢ່າລືມຮັກແຂ້ວຂອງທ່ານນຳ.

ແຂ້ວແມງທີ່ຫຼາຍຄົນສົງໃສ ແລະ ເຂົ້າໃຈຜິດວ່າເກີດຂຶ້ນຈາກຫຍັງ, ແຂ້ວແມງເກີດຈາກແບັກທີເຣຍບາງຊະນິດເຊ່ນ (Streptococci) ທີ່ອາໃສຢູ່ຕາມຄາບຫີນປູນ ຫຼື ຄາບເສດອາຫານເທິງຜິວແຂ້ວຂອງເຮົາ ມັນຈະຍ່ອຍສະຫຼາຍອາຫານຈຳພວກແປ້ງ ແລະ ນ້ຳຕານທີ່ເຮົາກິນເຂົ້າໄປ ແລະ ອະນາໄມບໍ່ໄດ້ດີ ເຮັດໃຫ້ເກີດກົດຊະນິດໜຶ່ງ ໂດຍສະເພາະ (Lactic acid) ມັນຈະເຮັດໃຫ້ແຂ້ວຜຸຜຸ່ຍ ຫຼື ແຂ້ວແມງນັ້ນເອງ.

ວັນຈັນ-ວັນສຸກເປີດ 16:30-20:30

ວັນເສົາ-ວັນອາທິດເປີດ 8:00-20:30

ຕິດຕໍ່ໄດ້ທີ່ເບີ 2059881632 2022359623

ໃຫ້ບໍລິການ

ຖອນແຂ້ວ,ໃສ້ແຂ້ວທຽມ,ຂູດຫີນປູນ,ອັດແຂ້ວ,ເສີມແຂ້ວແງ,ເສີມແຂ້ວຫ່າງ,ດັດແຂ້ວຖາວອນ,ຟອກແຂ້ວຂາວ,ປິ່ນປົວຮາກແຂ້ວ ແລະ ໃຫ້ຄຳແນະນຳກຽ່ວກັບທັນຕະກຳທີ່ຖືກຕ້ອງ

ຫີນປູນ ຫຼື ຫີນນ້ຳລາຍ ເກີດຈາກເສດອາຫານທີ່ຕົກຄ່້າງໃນຜົ້ງປາກ ແລະ ກາຍເປັນຄາບຈຸລິນຊີ, ຈາກນັ້ນຈະມີແຄລຊຽມໃນນ້ຳລາຍໄປປະຕິກິລິຍາ ຈະເຮັດໃຫ້ຕົກຕະກອນຢູ່ເທິງຜິວແຂ້ວ,ຖ້າອະນາໄມໄດ້ບໍດີກໍ່ຈະສະສົມຫຼາຍຂຶ້ນ,ຈັບແໜ້ນກັບຄໍແຂ້ວ ແລະ ແຂງຂຶ້ນຈົນບໍ່ສາມາດກຳຈັດອອກດ້ວຍການຖູແຂ້ວໄດ້, ເປັນສາເຫດເຮັດໃຫ້ເກີດພະຍາດເຟັນແຂ້ວອັກເສບ, ມີເລືອດໄຫຼເວລາຖູແຂ້ວ

Sorry! This product is not available for purchase at this time.

ມາຫາພວກເຮົາໄດ້ທີ່

ສະຖານທີ່ຕັ້ງຢູ່ ບ້ານຫຼວງມີໄຊ,ເມືອງເງິນ,ແຂວງໄຊຍະບູລີ ກົງກັນຂ້າມກັບໂຮງຮຽນລ້ຽງເດັກບຸນມາກຖາວອນ

Design a site like this with WordPress.com
ເລີ່ມຕົ້ນ